ຂ່າວສະຖາບັນ

ວິທະຍາໄລຄູສະຫວັນນະເຂດ ປະຕິບັດນະໂຍບາຍສົງເຄາະ ແດ່ ຄອບຄົວ ທ່ານ ສົມບູນ ພົມມະວົງສາ ອະດີດພະນັກງານບຳນານ ຂອງວິທະຍາໄລຄູສະຫວັນນະເຂດ ທີ່ເສຍຊີວິດ

ລົງວັນທີ: 09-ກຸມພາ-2024 ຜູ້ຂຽນ:ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນະພາບ

             ເວລາ 9:00 ນາທີ ຂອງວັນທີ 09 ກຸມພາ 2024 ຄະນະພັກ, ຄະນະອຳນວຍການ, ອົງການຈັດຕັ້ງກຳມະບານ ຕາງໜ້າໃຫ້ພະນັກງານວິທະຍາໄລຄູສະຫວັນນະເຂດ ໄດ້ເຂົ້າຮ່ວມແບ່ງເບົາຄວາມທຸກໂສກ ໄວ້ອາໄລແດ່ການຈາກໄປ ຂອງ ທ່ານ ອາຈານ ສົມບູນ ພົມມະວົງສາ ອະດີດພະນັກງານບຳນານ ຂອງວິທະຍາໄລຄູສະຫວັນນະເຂດ ພ້ອມທັງເປັນພໍ່ຂອງ ອາຈານ ພອນທິບ ພົມມະວົງສາ ພະນັກງານສັງກັດໂຮງຮຽນປະຖົມສາທິດຂອງວິທະຍາໄລຄູສະຫວັນນະເຂດ. ທີ່ເສຍຊີວິດໃນເວລາ 02:30 ນາທີ ຂອງວັນທີ 08 ກຸມພາ 2024 ດ້ວຍພະຍາດຂອງຜູ້ກ່ຽວ ທີ່ໜ່ວຍ 32 ບ້ານອຸດົມວິໄລ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.  ໃນພິທີດັ່ງກ່າວ ທ່ານ ລັດສະໝີ ພະໄຊສີ ເລຂາຄະນະພັກຮາກຖານ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະພັກ, ຄະນະອຳນວຍການ, ຄະນະພະແນກ, ພາກວິຊາ, ໂຮງຮຽນສາທິດ ແລະ ສະຫະພັນກຳມະບານ ວຄສ ຕາງໜ້າໃຫ້ພະນັກງານທົ່ວວິທະຍາໄລຄູສະຫວັນນະເຂດ ໄດ້ນຳພາວາງພວງມາລາໜ້າສົບ ສະແດງຄວາມອາໄລອາວອນຕໍ່ກັບການສູນເສຍອະດີດພະນັກງານບຳນານທີ່ແສນເຄົາລົບຮັກຂອງຄອບຄົວ ລູກຫຼານ, ອ້າຍ, ເອື້ອຍ, ນ້ອງ ແລະ ໝູ່ເພື່ອນ ເຊິ່ງເປັນການສູນເສຍບຸກຄົນຜູ້ຫ້າວຫັນ, ມີຜົນງານອັນໂດດເດັ່ນໃນການປະຕິບັດໜ້າທີ່ວິຊາສະເພາະຕະຫຼອດໄລຍະການປະກອບອາຊີບ, ປະກອບສ່ວນກໍ່ສ້າງບຸກຄະລາກອນຄູຂອງຊາດໃນຫຼາຍຮຸ່ນ. ພ້ອມນັ້ນ, ກໍໄດ້ແບ່ງເບົາຄວາມທຸກໂສກນຳຄອບຄົວ ດ້ວຍການມອບນະໂຍບາຍເງິນສົງເຄາະກິນທານນຳຄອບຄົວຜູ້ກ່ຽວ ໃນນາມຂອງ ວິທະຍາໄລຄູສະຫວັນນະເຂດ ແລະ ພະນັກງານທັງໝົດ ເປັນຈຳນວນເງິນ 7.240.000 ກີບ. ຕໍ່ກັບການສູນເສຍໃນຄັ້ງນີ້ ວິທະຍາໄລຄູສະຫວັນນະເຂດ ຂໍສະແດງຄວາມເສຍໃຈຢ່າງຍິ່ງມາຍັງຄອບຄົວຂອງທ່ານ ຂໍໃຫ້ດວວງວິນຍານ ອາຈານ ສົມບູນ ພົມມະວົງສາ ຈົ່ງໄປສູ່ສຸຂະຕິສຸກເຖີ່ນ!

ພາບ-ຂ່າວ:​ສະຖາພອນ ລາດຊະວັດ

ຂ່າວສານຫຼ້າສຸດ

ລົງວັນທີ:02-ກັນຍາ-2025

ຂ່າວສະຖາບັນ
ນັກສຶກສາຄູພາສາອັງກິດ ປະລິນຍາຕີ ລະບົບ 11+3+4 (ໄລຍະພັກສິ້ນປີຮຽນ) ມອບ Printer 1 ເຄື່ອງ ໃຫ້ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ຄັ້ງວັນທີ 21 ສິງຫາ 2025

ລົງວັນທີ:21-ສິງຫາ-2025

ຂ່າວສະຖາບັນ
19-20 ສິງຫາ 2025 ພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ດຳເນີນການປ້ອງກັນເຄົ້າໂຄງບົດວິໄຈທາງການສຶກສາ (3 ບົດ) ໃຫ້ແກ່ນັກສຶກສາຄູ

ລົງວັນທີ:20-ສິງຫາ-2025

ຂ່າວສະຖາບັນ
ພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ຝຶກອົບຮົມການນໍາໃຊ້ AI ສຳລັບການຮຽນການສອນ ໃຫ້ແກ່ນັກສຶກສາຄູ

ລົງວັນທີ:15-ສິງຫາ-2025

ຂ່າວສະຖາບັນ
ເອກະສານວຽກປະກັນຄຸນນະພາບ (QA) 2024

ລົງວັນທີ:14-ສິງຫາ-2025

ບົດຄວາມ
ທັດສະນະສຶກສາທີ່ສູນພັດທະນາ ແລະ ບໍລິການກະສິກຳໜອງເຕົ່າ

ລົງວັນທີ:13-ສິງຫາ-2025

ຂ່າວສະຖາບັນ