ຂ່າວສະຖາບັນ

ກອງປະຊຸມເຜີຍແຜ່ວຽກປະເມີນຜົນງານ, ການປະກອບແຟ້ມ ແລະ ກວດແຟ້ມສະສົມຜົນງານຂອງພະນັກງານ ສົກປີ 2023-2024 ຄັ້ງວັນທີ 31 ມັງກອນ 2024.

ລົງວັນທີ: 01-ກຸມພາ-2024 ຜູ້ຂຽນ:ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນະພາບ

ໃນຕອນບ່າຍຂອງວັນທີ 31 ມັງກອນ 2024 ທີ່ຫ້ອງປະຊຸມຊັ້ນ (II) ຫ້ອງການໃຫຍ່ຂອງວິທະຍາໄລຄູ ສະຫວັນນະເຂດ ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນນະພາບ ໄດ້ຈັດກອງປະຊຸມເຜີຍແຜ່ວຽກປະເມີນຜົນງານ,​ ການປະກອບແຟ້ມ ແລະ ກວດແຟ້ມສະສົມຜົນງານ ຂອງພະນັກງານ ສົກປີ 2023-2024 ໃຫ້ຄະນະຮັບຜິດຊອບໃນແຕ່ລະໜ້າວຽກ. ໃຫ້ກຽດເປັນປະທານ  ໂດຍ ທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການ ວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະ, ມີຜູ້ເຂົ້າຮ່ວມຄື: ຫົວໜ້າພະແນກ, ຫົວໜ້າພາກວິຊາ, ຜູ້ອຳນວຍການໂຮງຮຽນສາທິດ, ພະນັກງານຈັດຕັ້ງ, ຄູອາຈານຈຳນວນໜຶ່ງທີ່ຖືກແຕ່ງຕັ້ງໜ້າວຽກຕ່າງໆ.  ກອງປະຊຸມໄດ້ດຳເນີນໄປຕາມວາລະຄື: ທ່ານ ນາງ ຕຸກຕາ ລາຊະຈັັກ ຮອງຫົວໜ້າພະແນກ ຈກປ ຂຶ້ນຜ່ານຂໍ້ຕົກລົງ, ທ່ານ ບຸນລຽນ ເທບພອນໄຊ ຮອງຫົວໜ້າພະແນກ ຈກປ ຂຶ້ນແນະນຳແຜນການດຳເນີນ ແລະ ວິທີປະຕິບັດ  ພ້ອມດ້ວຍສະເໜີແລກປ່ຽນຂໍ້ຄິດເຫັນຕ່າງໆກັບຜູ້ເຂົ້າຮ່ວມກອງປະຊຸມຢ່າງສ້າງສັນ ແລະ ຜູ້ອຳນວຍການ  ພ້ອມຄະນະກໍ່ໃຫ້ຄຳເຫັນຊີ້ນຳແຜນການດຳເນີນວຽກງານຄັ້ງນີ້.

ພາບ-ຂ່າວ: ສະຖາພອນ ລາດຊະວັດ

ຂ່າວສານຫຼ້າສຸດ

ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ໄດ້ມອບອຸປະກອນການຮຽນ ແລະ ກິລາ ໃຫ້ນັກສຶກສາ ຄັ້ງວັນທີ 6/11/2025 ເຊິ່ງອຸປະກອນດັ່ງກ່າວແມ່ນ ຮັບມາຈາກ ທ່ານ ບູນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ເຂົ້າຮ່ວມໃນພິທີມອບ ມີ ທ່ານ ຄຳປະເສີດສີສຸວັນນະ ຮອງຫົວພາກວິຊາ ພ້ອມຄູອາຈານພາຍໃນພາກວິຊາ

ລົງວັນທີ:06-ພະຈິກ-2025

ຂ່າວສະຖາບັນ
ພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະພັກ ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ
ຄະນະພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ນິເທດລະບຽບວິຊາການ ແລະ ລະບຽບກິດຈະການນັກສຶກສາ ໃຫ້ແກ່ນັກສຶກສາຄູພາຍໃນພາກວິຊາ

ລົງວັນທີ:17-ກັນຍາ-2025

ຂ່າວສະຖາບັນ

ລົງວັນທີ:02-ກັນຍາ-2025

ຂ່າວສະຖາບັນ
ນັກສຶກສາຄູພາສາອັງກິດ ປະລິນຍາຕີ ລະບົບ 11+3+4 (ໄລຍະພັກສິ້ນປີຮຽນ) ມອບ Printer 1 ເຄື່ອງ ໃຫ້ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ຄັ້ງວັນທີ 21 ສິງຫາ 2025

ລົງວັນທີ:21-ສິງຫາ-2025

ຂ່າວສະຖາບັນ