 
            ໃນຕອນບ່າຍຂອງວັນທີ 11 ມັງກອນ 2024 ທີ່ຫ້ອງປະຊຸມຊັ້ນ (II) ຫ້ອງການໃຫຍ່ຂອງວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດພິທີປະກາດພັກການຮັບອູດໜູນ ບໍານານຂອງພະພັກງານຄູ ວິທະຍາໄລຄູ ສະຫວັນນະເຂດ ປະຈໍາປີ 2023. ໃຫ້ກຽດເປັນປະທານ ໂດຍ ທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການ ວິທະຍາໄລຄູສະຫວັນນະເຂດ, ເຊິ່ງມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເຊັ່ນ: ທ່ານ ພົມມາ ໄຊຍະວົງ ຮອງຜູ້ອຳນວຍການ, ປະທານອົງການຈັດຕັ້ງມະຫາຊົນ, ຫົວໜ້າພະແນກ, ຫົວໜ້າພາກວິຊາ, ຜູ້ອຳນວຍການໂຮງຮຽນສາທິດ, ພະນັກງານຈັດຕັ້ງ, ຄູອາຈານຈຳນວນໜຶ່ງຈາກພາກສ່ວນຕ່າງໆ ພິເສດແມ່ນພະນັກງານບຳນານ ທັງ 03 ທ່ານຄື: ທ່ານ ນາງ ຄຳບາງ ອິນທະວົງສາ, ທ່ານ ນາງ ພວງຄຳ ສີວິໄລ ແລະ ທ່ານ ນາງ ຄຳຫຼ້າສີສຳລານ ພ້ອມສະມາຊິກຄອບກໍ່ຮວ່ມສະແດງຄວາມຍິນດີຄັ້ງນີ້.
 
                                    ຫົວໜ້າພະແນກຈັດຕັ້ງພະນັກງານຂຶ້ນຜ່ານຂໍ້ຕົກລົງລັດຖະມົນຕີ ວ່າດ້ວຍການພັກການຮັບອຸດໜູນບຳນານ
 
                                     
                                     
                                     
                                    ພະນັກງານບຳນານ ທ່ານ ນາງ ຄຳບາງ ອິນທະວົງສາ ອາດີດ ຮັກສາການຫົວໜ້າພາກວິຊາ ການສຶກສາກ່ອນໄວຮຽນ
 
                                    ພະນັກງານ ບຳນານ ທ່ານ ນາງ ພວງຄຳ ສີວິໄລ ຄຸສອນໂຮງຮຽນປະຖົມສາທິດ
 
                                    ພະນັກງານບຳນານ ທ່ານ ນາງ ຄຳຫຼ້າ ສີສຳລານ ຄູສອນໂຮງຮຽນລ້ຽງເດັກ-ອະນຸບານສາທິດ
 
                                    ສ່ວນໜຶ່ງໃນພິທີມອບຂອງຂວັນ
 
                                     
                                    ຄອບຄົວຂອງພະນັກງານບຳນານ
 
                                     
                          ລົງວັນທີ:09-ຕຸລາ-2025
ລົງວັນທີ:09-ຕຸລາ-2025
 
                          ລົງວັນທີ:17-ກັນຍາ-2025
ລົງວັນທີ:02-ກັນຍາ-2025
 
                          ລົງວັນທີ:21-ສິງຫາ-2025
 
                          ລົງວັນທີ:20-ສິງຫາ-2025