ກິດຈະກຳການປ້ອງກັນເຄົ້າໂຄງວິໄຈນີ້ ໄດ້ແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມລວມມີຄະນະກຳມະການ 3 ທ່ານ ແລະ ນັກສຶກສາທີ່ຂື້ນຜ່ານເຄົ້າໂຄງວິໄຈ ກຸ່ມລະ 10-12 ຄົນ ລວມ ນັກສຶກສາ(ຜູ້ວິໄຈ)ທີ່ເຂົ້າຮ່ວມ 55 ຄົນ ແລະ ໃຊ້ເວລາທັງໝົດ 2 ວັນຈິ່ງສຳເລັດ.
ຈຸດປະສົງຂອງກິດຈະກຳນີ້ແມ່ນເພື່ອໃຫ້ການຊ່ວຍເຫຼືອນັກສຶກສາຄູໃນການປັບປຸງເຄົ້າໂຄງການວິໄຈໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຫຼັກການວິໄຈທາງການສຶກສາ ແລະ ສະພາບບັນຫາປະຈຸບັນທີ່ເປັນຈິງຂອງການຈັດການຮຽນການສອນ.
ຫຼັງສຳເລັດກິດຈະກຳນີ້, ສະຫຼຸບໄດ້ວ່າ: ນັກສຶກສາຄູໄດ້ຮັບຄໍາແນະນໍາທີ່ເປັນປະໂຫຍດຈາກຄະນະກຳມະການເພື່ອເປັນແນວທາງໃນການປັບປຸງ ແລະ ດຳເນີນການວິໄຈຂອງຕົນເອງໃຫ້ສຳເລັດຕາມແຜນທີ່ກຳນົດໄວ້.