ໃນຕອນບ່າຍ ຂອງວັນທີ 15 ມັງກອນ 2025 ພະແນກຈັດຕັ້ງພະນັກງານ ກວດກາ ແລະ ປະກັນຄຸນນະພາບ ໄດ້ຈັດກອງປະຊຸມ ຜ່ານ ແລະ ດັດແກ້ຮ່າງນິຕິກຳ ທີ່ຫ້ອງປະຊຸມຊັ້ນສອງ ໃຫ້ກຽດເປັນປະທານ ໂດຍທ່ານ ພົມມາ ໄຊຍະວົງ ຮອງຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ນອກຈາກນັ້ນຍັງມີ ຫົວໜ້າພະແນກ ຫົວໜ້າພາກວິຊາ ຜູ້ອຳນວຍການ ສາທິດທັງ 3 ແຫ່ງ ພ້ອມດ້ວຍ ພະນັກງານຄູອາຈານ ຈາກພະແນກຈັດຕັ້ງກວດກາ ແລະ ປະກັນຄຸນນພາບເຂົ້າຮ່ວມ ຄົ້ນຄວ້າ ແລະ ດັດແກ້ຮ່າງຕ່າງໆທີ່ແຕ່ລະພາກສ່ວນສ້າງຂຶ້ນມາເພື່ອໃຫ້ມີຄວາມເໝາະສົມ ແລະ ນຳໃຊ້ໄດ້ຢ່າງມີປະສິດທິພາບ