Home
ວິທະຍາໄລຄູສະຫວັນນະເຂດເປີດກອງປະຊຸມເຝິກອົບຮົມຄູໃໝ່ ປະຈໍາສົກຮຽນ 2012-2013
- Details
- Category: Teacher Development News
- Published on 15 May 2013
- Written by ເກດສະໜາ ວົງຫາຈັກ
- Hits: 46
ໃນຕອນບ່າຍຂອງວັນທີ 14 ພຶດສະພາ 2013 ຫ້ອງການພັດທະນາຄູ, ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດກອງປະຊຸມເຝິກອົບຮົມຄູໃໝ່ຂຶ້ນທີ່ຫ້ອງປະຊຸມວິທະຍາໄລຄູສະຫວັນນະເຂດ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 39 ທ່ານ, ຍິງ 24 ທ່ານ ໃນນັ້ນມີພະນັກງານໃນບັນດາໂຮງຮຽນອ້ອມຂ້າງ 10 ທ່ານ, ຍິງ 4 ທ່ານ ມີຄະນະຮັບຜິດຊອບກອງປະຊຸມ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນ. ໂດຍການເປັນປະທານຂອງ ທ່ານ ວິໄນ ສຸຂະຣາດ ຮອງຜູ້ອຳນວຍການຝ່າຍວັດ-ປະເມີນຜົນ ແລະ ພັດທະນາຄູ. ການເຝິກອົບຮົມໃນຄັ້ງນີ້ຈະດໍາເນີນແຕ່ວັນທີ
ອ່ານຕໍ່: ວິທະຍາໄລຄູສະຫວັນນະເຂດເປີດກອງປະຊຸມເຝິກອົບຮົມຄູໃໝ່ ປະຈໍາສົກຮຽນ 2012-2013
ຮຽນລະບຽບພັກໃຫ້ມະຫາຊົນກ້າວໜ້າ
- Details
- Category: Evaluation-Assessment News
- Published on 03 April 2013
- Written by ອະນຸໄຊ ສຸຂະລາດ
- Hits: 242
ທີ່ຫ້ອງປະຊຸມ VIP ວຄສ, ເວລາ 14 ໂມງ 00 ນາທີ ຂອງວັນທີ 2 ເມສາ 2013, ໂດຍການໂອ້ລົມຂອງທ່ານ ບຸນເຫຼື່ອມ ວໍລະສານ ຄະນະພັກຮາກຖານ ວິທະຍາໄລຄູສະຫວັນນະເຂດເຝິກອົບຮົມການຮຽນຮູ້ກ່ຽວກັບລະບຽບພັກໃຫ້ແກ່ມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຈຳນວນ 7 ສະຫາຍ ຍິງ 2 ສະຫາຍ ດັ່ງນີ້:
1. ສະຫາຍ ນາງ ວຽງສະໄໝ ທີລະວົງ ຈາກໜ່ວຍພັກຫ້ອງການພາສາຕ່າງປະເທດ ແລະກິດຈະການ
2. ສະຫາຍ ນາງ ເພັດລາຕີ ອິນທິດາລິນ ຈາກໜ່ວຍພັກຫ້ອງການ 2
3. ສະຫາຍ ອະນຸໄຊ ສຸຂະລາດ ຈາກໜ່ວຍພັກຫ້ອງການ 1
4. ສະຫາຍ ແສງສັນໄຊ ຂັດຕິຍະວົງ ຈາກໜ່ວຍພັກຫ້ອງການ 2
5. ສະຫາຍ ສີລະຄອນ ໄຊຍະສານ ຈາກໜ່ວຍພັກຫ້ອງການພາສາຕ່າງປະເທດ ແລະກິດຈະການ
ສະຫຼຸບຜົນການແຂ່ງຂັນກິລາປະເພດຕ່າງໆ
- Details
- Category: Foreign Languages News
- Published on 28 March 2013
- Written by ຫ້ອງການພາສາຕ່າງປະເທດ
- Hits: 218
ໃນຕອນບ່າຍວັນພຸດທີ 27 ມີນາ 2013 ທີ່ສະໜາມກິລາ ວຄສ ໄດ້ມີການແຂ່ງ ຂັນກິລາປະເພດຕ່າງໆທີ່ເປັນການພົບກັນລະຫວ່າງຫ້ອງການພາສາຕ່າງປະເທດກັບຫ້ອງການວິທະຍາສາດທຳມະຊາດໃນນັ້ນໄດ້ມີການແຂ່ງຂັນກິລານບານເຕະຊາຍຜົນການແຂ່ງຂັນປາກົດວ່າທີມ ຈາກຫ້ອງການພາສາຕ່າງປະເທດເອົາຊະນະແບບວຸດວິດ 1 ປະຕູຕໍ່ 0 ໂດຍການຍິງປະຕູຂອງ ທ້າວ ອະນຸລັກ ບຸນມາໄຊ ຫ້ອງ 4 A (11+5) ໃນນາທີ ທີ 25 ຂອງເຄິ່ງເວລາທຳອິດ ໂດຍການຜ່ານທາງດ້ານປີກຂວາຂອງ ອຈ ສຸກ ວົງ ວິມານ, ເຊິ່ງເຮັດໃຫ້ທີມຈາກຫ້ອງການພາສາ ຕ່າງປະເທດເກັບ 3 ແຕ້ມໃນການແຂ່ງຂັນກິລາປະຈຳປີ ສົກຮຽນ 2012-2013, ສ່ວນຜົນການແຂ່ງຂັນບານເຕະ ຍິງແມ່ນສະເໝີ ກັນ 0-0, ສຳລັບກິລາບານ ສົ່ງຊາຍແມ່ນທີມຈາກ ຫ້ອງການພາສາຕ່າງປະເທດຊະນະໄປ 2-0 ເຊັດ ແຕ່ວ່າທີມບານສົ່ງຍິງຫ້ອງການພາສາຕ່າງປະເທດ ແມ່ນເສຍໃຫ້ທີມຈາກສາຍທຳມະຊາດ 0-2 ເຊັດ, ສ່ວນກິລາ ແລ່ນ 100 ແມັດຍິງ ນ. ທິບພາພອນ ແກ້ວວົງສະລາດ ຫ້ອງ 2Eສາຍພາສາຕ່າງປະເທດ ແມ່ນສາມາດ ເຂົ້າຊີງຊະນະເລີດໃນວັນ 8 ພຶດສະພາ 2013.
ພິທີຮັບສະມາຊິກແມ່ຍິງ ວຄສ
- Details
- Category: Natural Science News
- Published on 27 March 2013
- Written by ຫ້ອງການວິທະຍາສາດທຳມະຊາດ
- Hits: 214
ໃນຕອນບ່າຍຂອງວັນທີ 25/03/2013 .ເວລາ 3:30 ອົງການຈັດຕັ້ງແມ່ຍິງ ວຄສ ໄດ້ຈັດກອງປະຊຸມຮັບສະມາຊິກໃໝ່ (ນັກສຶກສາສາຍ ວິທະາສາດສັງຄົມ ແລະ ອະນຸບານ-ປະຖົມ) ທີ່ສະໂມສອນເກົ່າຂອງ ວຄສ ຈໍຳນວນນັກສຶກສາທັງໝົດ 104 ຄົນ ເຂົ້າຮ່ວມ. ໂດຍແມ່ນທ່ານ ອາຈານ ໄຊຊົມຊື່ນ ໂພທິສານ ປະທານສະຫະພັນແມ່ຍິງ ວຄສ ເປັນປະທານໃນການຮັບສະມາຊິກໃໝ່ຄັ້ງນີ້
ຂຽນໂດຍ ຂ່າວສານຫ້ອງການ ວທ
ທົດລອງວິຊາຟີຊິກສາດກ່ຽວກັບກົດເກນໂອມ
- Details
- Category: Natural Science News
- Published on 13 March 2013
- Written by ຫ້ອງການວິທະຍາສາດທຳມະຊາດ
- Hits: 259
ເມື່ອເວລາ 7 ໂມງ30ນາທີ ຂອງວັນທີ 13/3/2013 ຫ້ອງປີທີ 2ງ ວິທະຍາສາດທຳມະຊາດລະບົບ (12+4)ໄດ້ເຮັດການທົດລອງໃນວິຊາຟີຊິກເລື່ອງກ່ຽວກັບໄຟຟ້າກົດເກນໂອມ ຊີ້ນຳການທົດລອງໂດຍອາຈານບຸນເລີດ ໂຄດສົມບັດ ເຊິ່ງເພື່ອປະຕິບັດຕາມແຜນການພາກຮຽນທີ 2 ຂອງຫ້ອງການ ວິທະຍາສາດທຳມະຊາດ ແລະ ຫຼັງຈາກຮຽນທິດສະດີແລ້ວ ຈະຕ້ອງເຮັດທົດລອງຕົວຈິງເພື່ອໃຫ້ນັກສຶກສາຄູກ້າວສູ່ຄຸນນະພາບ. ໃນການປະຕິບັດຄັ້ງນີ້ມີຈຳນວນນັກສຶກສາ 39 ຄົນ,ຍິງ 30 ຄົນ ໄດ້ແບ່ງອອກເປັນ 5 ກຸ່ມ ແຕ່ລະກຸ່ມມີ 7-8 ຄົນ ແຕ່ເຄື່ອງທົດລອງຂອງພວກເຮົາມີ 2ຊຸດໄດ້ຜັດປ່ຽນກັນເຂົ້າມາປະຕິບັດທົດລອງຈົນໝົດທຸກກຸ່ມເຫັນວ່ານັກສຶກສາໄດ້ຕັ້ງໜ້າເຮັດການທົດລອງຢ່າງເອົາໃຈໃສ່ ແລະ ຈະໄດ້ຂຽນບົດລາຍງານການທົດລອງສົ່ງອາຈານຊີ້ນຳການທົດລອງໃນຊົ່ວໂມງຕໍ່ໄປ. ການປະຕິບັດທົດລອງຈົນຮອດເວລາ 9 ໂມງນາທີຈຶ່ງເຮັດການທົດລອງສຳເລັດແລ້ວເກັບມ້ຽນອຸປະກອນໃຫ້ຮຽ
ພິທີຜ່ານຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ4 ຂອງສະພາແຫ່ງຊາດຊຸດທີ 7 ແລະ ປະດັດຫລຽນໄຊ,ຫລຽນກາພ້ອມທັງມອບໃບຍ້ອງຍໍ
- Details
- Category: Personnel News
- Published on 21 February 2013
- Written by ຫ້ອງການຈັດຕັ້ງ
- Hits: 224
ໃນຕອນບ່າຍຂອງວັນພຸດວັນທີ 20 ກຸມພາ 2013 ເວລາ 13 ໂມງ 30 ນາທີ ວິທະຍາໄລຄູສະຫວັນນະເຂດໄດ້ຈັດພິທີຜ່ານຜົນສຳເລັດກອງປະຊຸມສະໄໝສາມັນທີ4 ຂອງສະພາແຫ່ງຊາດຊຸດທີ 7 ແລະ ປະດັດຫລຽນໄຊ, ຫລຽນກາ ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ພະນັກງານຄູ-ອາຈານຜູ້ທີ່ມີຜົນງານດີເດັ່ນ ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນຂອງວິທະຍາໄລຄູສະຫວັນນະເຂດ
ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີທ່ານ ຮອງສາດສະດາຈານ ດຣ ບຸນປົງ ແກ້ວໂຣດົມ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ, ທ່ານ ຄຳພັນ ຄູນສັກສີ ຜູ້ປະຈຳການຫ້ອງວ່າການສະພາແຫ່ງຊາດເຂດເລືອກຕັ້ງທີ 1
ອ່ວຍພອນວັນທີ່20ມັງກອນ 2013
- Details
- Category: Evaluation-Assessment News
- Published on 15 January 2013
- Written by ອະນຸໄຊ ສຸຂະລາດ
- Hits: 868
ຄັ້ງວັນທີ່ 15 ມັງກອນ 2012, ເວລາ 11 ໂມງ 00 ນາທີ, ທີ່ ກອງບັນຊາການທະຫານແຂວງ ທີມງານຈາກວິທະຍາໄລຄູ ສະຫວັນນະເຂດ ຕ່າງໜ້ານຳພາໂດຍທ່ານ ອາຈານ ບຸນຊູ ສຸລິເດດ ແລະ ສະມາຊິກ ອີກ 7 ທ່ານ (ທ່ານ ສັງທອງ ລັດຖະສິງ, ທ່ານ ລັດສະໜີ ພະໄຊສີ, ທ່ານ ອະນຸໄຊ ສຸຂະລາດ, ທ່ານ ສູນທະລາພອນ ພົມມະບຸດ, ທ່ານ ນາງສີພະຈັນ ໄຊຍະປັນຍາ, ແລະ ທ່ານ ນາງ ວຽງລະຄອນ ທິຄຳມີ) ຮ່ວມເຂົ້າອ່ວຍພອນ ຄະນະກອງບັນຊາການທະຫານແຂວງເນື່ອງໃນວັນຄົບຮອບ 64 ປີ ການສ້າງຕັ້ງກອງທັບ ໃນວັນທີ 20 ມັງກອນ 2013 ທີ່ຈະມາເຖິງນີ້. ເປັນກຽດ ຮັບຄຳອວຍພອນ ແລະ ກະຕ່າຂອງຂວັນພ້ອມກະຕ່າດອກໄມ້ ໂດຍ ທ່ານ ພັນເອກ ຊຽນ ໄຊຍະລາດ ຄະນະປະຈຳພັກແຂວງ,ເລຂາພັກແຂວງ, ຫົວໜ້າ ກອງບັນຊາການທະຫານແຂວງ. ພາຍຫຼັງຮັບຂອງຄຳອ່ວຍພອນ ແລະ ກະຕ່າຂອງຂວັນແລ້ວ ທ່ານ ພັນເອກ ຊຽນ ໄຊຍະລາດ ກໍ່ໄດ້ຂຶ້ນປະກອບຄຳເຫັນດັ່ງນີ້:
Speaking Zone of English evening and Weekend course is finished
- Details
- Category: Foreign Languages News
- Published on 15 January 2013
- Written by ຫ້ອງການພາສາຕ່າງປະເທດ
- Hits: 806
On the thirteenth of January 2013 the committees of holding activities for the evening and weekend course hold the festival of speak English. So, every people that come in that zone must speak English only. In the opening ceremony the Director of STTC Mr. Kung SAYASAN gave some speech before the opening ceremony. He appreciate that it is very good chance that Ss who had studied English and can use in the real situation. there were many classes around there they had many activities to do at there ອ່ານຕໍ່: Speaking Zone of English evening and Weekend course is finished
Academic Quiz for normal course Ss is opened
- Details
- Category: Foreign Languages News
- Published on 15 January 2013
- Written by KS
- Hits: 632
From the eighth to tenth of January 2013. Foriegn Language office hold the academic supporting activities there were many classroom from English normal course join the activities! Special on occasion of the activities there were teacher Direct of STTC Kung SAYASAN also attent to said in opening ceremony! in the activities there were many things such as: drama show (short story), after the drama there were some questions to ask about the drama and then there were some game or activities that the
ມອບເງິນນະໂຍບາຍກິນທານ
- Details
- Category: Personnel News
- Published on 11 January 2013
- Written by ຫ້ອງການຈັດຕັ້ງ
- Hits: 485
ໃນຕອນເຊົ້າຂອງວັນຈັນ ທີ 7 ມັງກອນ 2013 ທີ່ຜ່ານມາ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ, ທ່ານ ລັດສະໜີ ພະໄຊສີ ຫົວໜ້າຫ້ອງການຈັດຕັ້ງພັກ-ພະນັກງານ ພ້ອມດ້ວຍບັນດາຫົວໜ້າຫ້ອງການ ຄະນະຫ້ອງການ ຕະຫຼອດຮອດຜູ້ຮັບຜິດຊອບວຽກງານນະໂຍບາຍ ໄດ້ລົງໄປມອບເງິນນະໂຍບາຍກິນທານນຳແມ່ເຖົ້າ ໄໝ່ ນາກແສງຈັນ, ບ້ານ ອຸດົມວິໄລ, ເມືອງ ໄກສອນ, ແຂວງ ສະຫວັນນະເຂດ ເຊິ່ງຜູ້ກ່ຽວໄດ້ເສຍຊີວິດ ລວມອາຍຸໄດ້ 93 ປີ ເຊິ່ງເປັນແມ່ຂອງ ອາຈານ ເພັດສາຄອນ ນາກແສງຈັນ ຄູສອນ ອະນະບານລ້ຽງເດັກ. ຈຳນວນເງິນທີ່ນຳໄປມອບກິນທານໃນຄັ້ງນີ້ ມີຈຳນວນ 1.500.000 ກີບ. ກ່າວມອບໂດຍ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ແລະ ກ່າວຮັບໂດຍ ອາຈານ ເພັດສາຄອນ ນາກແສງຈັນ. ຈຳນວນເງິນດັ່ງກ່າວແມ່ນເປັນນະໂຍບາຍຂອງວິທະຍາໄລຄູສະຫວັນນະເຂດ. ແລະ ໃນໂອກາດນີ້ກໍ່ຂໍສະແດງຄວາມເສົ້າສະຫຼົດໃຈມາຍັງຄອບຄົວນາກແສງຈັນດ້ວຍ.



